ວິທີຫຼີກລຽງ ແລະ ປ້ອງກັນໄວຣັດຄອມພິວເຕີ
1. ຕິດຕັ້ງຊອບແວປ້ອງກັນໄວຣັດທີ່ເຊື້ອຖືໄດ້ ໝາຍຄວາມວ່າຊອບແວຕົວນັ້ນຈະຕ້ອງສາມາດອັບເດດຖານຂໍ້ມູນໄວຣັດ (denition) ແລະ ເຄື່ອງມື (engine) ທີ່ສາມາດກວດຈັບ ແລະ ຈັດການກັບໄວຣັດສາຍພັນໃໝ່ໄດ້ໃນເວລາດຽວກັນ.
2. ຢ່າຕັ້ງຄ່າໃຫ້ໂປຼແກຼມອີເມວເປີດຟາຍແບບຖ້າຍໂດຍອັດຕະໂນມັດຕ້ອງກວດສອບທຸກຄັ້ງກ່ອນດາວໂຫຼດ ຫຼື ປີດຟາຍຂື້ນມາ.
3. ສະແກນຟາຍແນບທ້າຍຂອງອີເມວທຸກສະບັບ ລວມທັງອີເມວຈາກຄົນຄຸ້ນເຄີຍນຳ ເພາະໄວຣັດ Worm Trojan ທັງຫຼາຍມັນແຟງໂຕໃນຮູບແບບອີເມວຄົນໃກ້ຊິດສະເໜີ.
4. ຕັ້ງຄ່າລະບົບປ້ອງກັນໃຫ້ທຳງານທັນທີທີ່ເປີດຄອມພີວເຕີໃຊ້ງານ.
5. ອັບເດດຊອບແວປ້ອງກັນໄວຣັດຢ່າງສະໝ່ຳສະເໝີ ຖ້າເປັນໄປໄດ້ໃຫ້ອັບເດດທຸກຄັ້ງທີ່ອອນລາຍ ເພາະໄວຣັດສາຍພັນໃໝ່ເກີດຂື້ນທຸກວັນ.
6. ຢ່າດາວໂຫຼດໂປຼແກຼມຈາກເວັບໄຊທີ່ບໍ່ໜ້າເຊື່ອຖື ບໍ່ວ່າຈະເປັນຟີແວ ສະກຣີນເຊີເວີເກມ ແລະ ໂປຼແກຼມປະເພດ.exe ຫຼື.com ເພາະຄອມຂອງທ່ານອາດໄດ້ໄວຣັດແຖມມານຳ ແຕ່ຫາກຕ້ອງການດາວໂຫຼດແທ້ໆກໍ່ໃຫ້ສ້າງໂຟເດີສະເພາະໄວ້ຕ່າງຫາກ ແລະ ສະແກນຫາໄວຣັດກ່ອນເປີດໃຫ້ງານ.
7. ສະແກນໄວຣັດສະເໝີເມື່ອມີການນຳເຂົ້າ ຫຼື ສົ່ງອອກຂໍ້ມູນຈາກຄອມພີວເຕີເຄື່ອງໜຶ່ງໄດ້ສູ່ອີກເຄື່ອງໜຶ່ງ ບໍ່ວ່າຈະເປັນອຸປະກອນ USB ແຜ່ານ CVD DVD ຫຼື External Harddisk ກໍ່ຕາມ.
8. ເວລາຈະຕິດຕັ້ງໂປຼແກຼມຫຍັງບາງຢ່າງເຮົາຄວນຈະອ່ານຂໍ້ຄວາມໃນຂັ້ນຕອນການຕິດຕັ້ງສະເໜີເພາະຫຼາຍໆຄົນມັກກົດ Next ລົວໆໂດຍບໍ່ອ່ານ ເຮັດໃຫ້ເວລາຕິດຕັ້ງໂປຼແກຼມແລ້ວຈຶ່ງໄດ້ພວກ Adware ແຖມມານຳນັ້ນເອງ.
9. ບໍ່ເປີດເວັບໄຊທີ່ລໍ້ແຫຼມ ເຊັ່ນເວັບ ແຈກໂປຼແກຼມເທື່ອນ ເວັບໂປ້ ເພາະເວັບເຫຼົ່ານີ້ມີຄວາມສ່ຽງສູງທີ່ຄອມພີວເຕີຂອງທ່ານຈະໄດ້ຮັບໄວຣັດມາໂດຍບໍ່ຮູ້ຕົວ.
10. ເຊື່ອມຕໍ່ເຄື່ອຂ່າຍອິນເຕີເນັດທີ່ໜ້າເຊື່ອຖືໄດ້ ແລະ ຈົ່ງຈື່ໄວ້ວ່າອິນເຕີເນັດໃນເຄື່ອຂ່າຍສາທາລະນະທີ່ເປີດໃຫ້ໃຊ້ຟີນັ້ນມີຄວາມສ່ຽງສູງສະເໜີ.
ພຽງເທົ່ານີ້ທ່ານກໍ່ຈະມີແນວທາງໃນການປ້ອງກັນໄວຣັດແລ້ວເຊິ່ງຫຼາຍໆຄົນອາດຈະບອກວ່າບໍ່ເປັນຫຍັງບໍ່ເຮັດກໍ່ໄດ້ຈັງໃດກະມີ Antivirus ບອກໄດ້ເລີຍວ່າຄິດຜິດ ເພາະຢ່າລືມວ່າໄວຣັດນັ້ນມັນຈະເກີດຂື້ນກ່ອນ Antivirus ສະເໜີ ແລ້ວ Antivirus ກໍ່ຈະພັດທະນາຕົວແກ້ໄວຣັດມານຳຫຼັງ ເຊິ່ງດ້ວຍເຫດນີ້ເຮົາອາດຈະຕິດໄວຣັດໄປແລ້ວແບບບໍ່ຮູ້ຕົວນັ້ນເອງ ດັ່ງນັ້ນຫຼັກໃນການປ້ອງກັນໄວຣັດຈຶ່ງເປັນປະໂຫຍດ ແລະ ສຳຄັນທີ່ສຸດນັ້ນເອງ
ທົດສອບຄວາມຄິດເຫັນ