ປະກອບມີ 3 ວຽກງານຄື:
- ວຽກງານບໍລິຫານ
- ວຽກງານຈັດຕັ້ງ-ພະນັກງານ
- ວຽກງານກວດກາ
ວຽກງານບໍລິຫານ
1. ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ຂອງພະແນກປະຈຳເດືອນ, ງວດ, ເດືອນ, ປີ ແລະ ແຜນການເຄື່ອນໄຫວຕໍ່ຂອງພະແນກ ເພື່ອລາຍງານໃຫ້ອົງການປົກຄອງແຂວງ.
2. ຂື້ນແຜນໃຊ້ຈ່າຍຕົວຈີງ ແລະ ນຳໃຊ້ງົບປະມານປະຈຳປີເຂົ້າໃນການເຄື່ອນໄຫວວຽກງານ ຂອງພະແນກ ປທສແຂວງ.
3. ຮັບຜິດຊອບວຽກບໍລິຫານຂອງພະແນກ, ເປັນໃຈກາງປະສານງານຕິດຕໍ່ພົວພັນ ແລະ ຕິດຕາມການເຄື່ອນໄຫວຂອງຄະນະພະແນກ, ຈັດກອງປະຊຸມພາຍໃນພະແນກ, ພິທີການ, ຮັບແຂກຂອງພະແນກ, ບັນທຶກເອກະສານຂາເຂົ້າ-ຂາອອກ, ບັນທຶກກອງປະຊຸມ, ຄຸ້ມຄອງຕາປະທັບ, ວຽກງຂໍ້ມູນຂ່າວສານ ແລະ ປະຊາສຳພັນຂອງພະແນກ ປທສ ແຂວງ.
4. ຄຸ້ມຄອງອາຄານສະຖານທີ່, ພາຫະນະ, ຊັບສິນ, ວັດຖຸອຸປະກອນເຄື່ອງໃຊ້ຫ້ອງການຂອງພະແນກທີ່ແຂວງ ແລະກະຊວງມອບໃຫ້.
5. ຄົ້ນຄ້ວານຳສະເໜີຂໍອະນຸມັດຄັວດຕາປະທັບ ແລະ ນຳໃຊ້ຕາປະທັບໃຫ້ການຈັດຕັ້ງທີ່ຂື້ນກັບພະແນກ.
6. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະພະແນກ.
ວຽກງານຈັດຕັ້ງ–ພະນັກງານ
1. ຄົ້ນຄ້ວາ, ນຳສະເໜີ, ປັບປຸງກົງຈັກການຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ຊັບຊ້ອນ, ຈັດວາງບຸກຄະລາກອນໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດ ແລະ ຕຳແໜງງານທີ່ໄດ້ກຳນົດໄວ້.
2. ຊ່ວຍຄະນະພັກເກັບກຳສະຖິຕິວຽກພັກ-ພະນັກງານ ແລະ ວຽກອົງການຈັດຕັ້ງມະຫາຊົນ.
3. ຄົ້ນຄ້ວາສະເໜີການປະຕິບັດນະໂຍບາຍຕ່າງໆຕໍ່ຜູ້ທີ່ມີຜົນງານດີເດັ່ນ ແລະ ຄຸນງາມຄວາມດີໃນພາລະກິດຮັບໄຊ້ການປະຕິວັດຊາດປະຊາທິປະໄຕ.
4. ສະເໜີຂໍອະນຸມັດເຮັດບັດປະກັນສັງຄົມໃຫ້ແກ່ລັດຖະກອນເຂົ້າໃໝ່, ຄອບຄົວພະນັກງານ ແລະ ພະນັກງານບຳນານ.
5. ຄົ້ນຄ້ວາສະເໜີເລື່ອນຊັ້ນ-ຂັ້ນເງິນເດືອນປົກກະຕິໃຫ້ລັດຖະກອນ, ດັດແກ້ຊັ້ນ-ຂັ້ນເງິນເດືອນ ແລະ ສະເໜີເລື່ອນລັດຖະກອນໃໝ່ຂື້ນເປັນລັດຖະກອນສົມບູນ ທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກ.
6. ຄຸ້ມຄອງສຳນວນເອກະສານຊີວະປະຫັວດ ແລະ ສະຖິຕິພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກ.
7. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະພະແນກ.
ວຽກງານກວດກາ
1. ຈັດຕັ້ງນະໂຍບາຍ, ລະບຽບກົດໝາຍ, ແຜນການ, ມະຕິ, ຄຳສັ່ງຂອງອົງການກວດກາລັດຂອງແຂວງ ແລະກະຊວງ ປທສ ກ່ຽວກັບວຽກງານກວດກາລັດ ຕາມຂະແໜງການໃນການບໍລິຫານຂອບເຂດຄວາມຮັບຜິດຊອບຂອງຕົນ.
2. ໂຄສະນາເຜີຍແຜ່ນະໂຍບາຍ, ລະບຽບກົດໝາຍກ່ຽວກັບວຽກງານກວດກາ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
3. ກວດກາການປະຕິບັດນະໂຍບາຍ, ລະບຽບກົດໝາຍ, ແຜນການ, ສິດໜ້າທີ, ຄວາມຮັບຜິດຊອບຕໍ່ການຈັດຕັ້ງ, ລັດຖະກອນພາຍໃນພະແນກການຂອງຕົນ ແລະ ຫ້ອງການ ປທສ ປະຈຳເມືອງຕາມສາຍຕັ້ງ.
4. ກວດກາການດຳເນີນທຸລະກິດ ຂອງບັນດາບໍລິສັດສາຂາບໍລິສັດລັດວິສະຫະກິດທີ່ຢູ່ທ້ອງຖິ່ນຕົນ.
5. ຄົ້ນຄ້ວາ ແລະ ແກ້ໄຂຄຳສະເໜີຂໍ້ຂັດແຍ່ງ ໃຫ້ຄວາມເປັຍທຳຕໍ່ປະຊາຊົນທີ່ມາພົວພັນວຽກງານ.
6. ສະເໜີມາດຕະການ, ວິທີການແກ້ໄຂຜົນການກວດກາລັດໃຫ້ຫົວໜ້າພະແນກຂອງຕົນ ເພື່ອພິຈາລະນາຕົກລົງແລະ ລາຍງານໃຫ້ຂັ້ນເທິງຂອງຕົນ.
7. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມການມອບໝາຍຂອງຫົວໜ້າພະແນກ ປທສ ແຂວງ, ຫົວໜ້າກົມກວດກາຂອງກະຊວງ ປທສ, ຫົວໜ້າພະແນກກວດກາກາລັດແຂວງ ແລະ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.