ຂະແໜງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ປະກອບມີກົງຈັກຊ່ວຍວຽກ 2 ວຽກງານຄື:
- ວຽກງານຊຸກຍູ້ສົ່ງເສີມການນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
- ວຽກງານຄຸ້ມຄອງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
- ວຽກງານຄຸ້ມຄອງຄວາມປອດໄພຂໍ້ມູນຂ່າວສານ
- ວຽກງານບໍລິການລັດດ້ວຍເອເລັກໂຕນິກ
1. ຊຸກຍູ້, ສົ່ງເສີມ ແລະ ນຳພາບັນດາຫ້ອງການລັດຂະແໜງການຕ່າງໆ ໃຫ້ນຳໃຊ້ບໍລິການລະບົບບໍລິຫານລັດດ້ວຍເອເລັກໂຕນິກຢ່າງກ້ວງຂວາງຢູ່ພາຍໃນແຂວງ.
2. ຊ່ວຍແນະນຳການຕິດຕັ້ງ ຄຸ້ມຄອງ ແລະ ພັດທະນາລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຂອງບັນດາຫ້ອງການລັດຂະແໜງການຕ່າງໆໃນແຂວງ.
3. ປະສານງານກັບສູນກາງໃນການຄົ້ນຄ້ວາ, ດັດແປງ ແລະ ດຳເນີນການເຊື່ອມໂຍງບັນດາໂປຼແກຼມ ຂອງຫ້ອງການລັດຕ່າງໆເຂົ້າກັບລະບົບການບໍລິຫານລັດດ້ວຍເອເລັກໂຕຼນິກ.
4. ກໍ່ສ້າງ ແລະ ຝຶກອົບຮົມຍົກລະດັບພະນັກງານລັດຂະແໜງການຕ່າງໆໃຫ້ສາມາດຄຸ້ມຄອງ, ນຳໃຊ້ ແລະ ບໍລິການລະບົບບໍລິຫານລັດດ້ວຍເອເລັກໂຕຼນິກ.
5. ເກັບກຳຂໍ້ມູນສະຖິຕິການພັດທະນາ, ການນຳໃຊ້ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານຂອງບັນດາຫ້ອງ ການລັດຂະແໜງການຕ່າງໆໃນແຂວງ.
6. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະພະແນກ.
- ວຽກງານຄຸ້ມຄອງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
1. ຜັນຂະຫາຍແຜນການຂອງພະແນກກ່ຽວກັບ ວຽກງານຄຸ້ມຄອງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານມາເປັນແຜນການ, ແຜນງານ, ໂຄງການລະອຽດ ໃນຂະແໜງຂອງຕົນໂດຍສອດຄ່ອງກັບສະພາບຕົວຈີງຂອງພະແນກແຂວງ ເພື່ອຈັດຕັ້ງປະຕິບັດ.
2. ຄົ້ນຄ້ວານຳສະເໜີຕໍ່ພະແນກ ໃນການອອກໃບອະນຸຍາດ, ສືບຕໍ່, ໂຈະ , ຍົກເລີກ ຫຼື ຖອນໃບອະນຸຍາດການດຳເນີນທຸລະກິດດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຕາມການມອບໝາຍຂອງກະຊວງ ປທສ ແຕ່ລະໄລຍະ.
3. ຄຸ້ມຄອງ, ກວດກາ, ຕິດຕາມ, ຊຸກຍູ້ການນຳໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງ ແລະ ມີຄວາມປອດໄພພາຍໃນແຂວງ/ນະຄອນຫຼວງທີ່ຕົນຮັບຜິດຊອບ.
4. ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໂຄສະນິເຜີຍແຜ່ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.
5. ກະຕຸກຊຸກຍູ້ໃຫ້ຂະແໜງການຕ່າງໆ ແລະ ສັງຄົມປະດິດສ້າງການພັດທະນາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.
6. ເກັບກຳການນຳເຂົ້າ, ສົ່ງອອກ, ຜະລິດ ແລະ ນຳໃຊ້ທາງດ້ານໄອຊີທິ.
7. ສະຫຼຸບການເຄື່ອນໄຫວວຽກງານຂະແໜງການເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານປະຈຳອາທິດ, ເດືອນ, ງວດ ແລະ ປີ.
8. ປະຕະບັດໜ້າທີ່ອື່ນໆຕາມການມອຍໝາຍຂອງຄະນະພະແນກ.